Sunday, April 7, 2019

ນະໂຍບາຍດ້ານ immigration


ວັນທີ 20 March 2019 ທາງລັດທະບານໄດ້ມີປະກາດນະໂຍບາຍດ້ານ immigration ດັ່ງຕໍ່ໄປນີ້:

- ຫຼຸດຈຳນວນ PR ຈາກ 190,000 ໃຫ້ເຫຼຶອ 160,000 ຕໍ່ປີ

- ຈະມີການໃຊ້ regional visa 2 ໂຕ (ເລີ່ມໃຊ້ Nov 2019 ຖ້າບໍ່ມີຫຍັງປ່ຽນແປງ) ສຳລັບ skilled migrant ທີ່ຕ້ອງໄປຢູ່ເມືອງຮອບນອກກ່ອນ 3ປີ ເຖີງຈະໄດ້ PR, ມີໂຄຕ້າ 23,000 ຕໍ່ປີ

- ຈະໃຫ້ທຶນນັກສຶກສາໃນມະຫາໄລ ທັງນັກຮຽນທີ່ເປັນຄົນຢູ່ນີ້ (PR/Citizen) ຫຼືນັກຮຽນຕ່າງຊາດ ເພື່ອໄປຮຽນຢູ່ເມືອງຮອບນອກ ທຶນລະ $15,000 ແລະ ມີ ຫຼາຍກ່ວາ 1,000 ທຶນ

- ນັກຮຽນຕ່າງຊາດທີ່ຮຽນລະດັບມະຫາໄລ ແລະ ຮຽນທີ່ເມືອງຮອບນອກ ຈະສາມາດຂໍວີຊ່າ subclass 485 (Temporary Graduate Visa) ໄດ້ໄລຍະທີ່ຍາວກ່ວານັກຮຽນຈົບຈາກມະຫາໄລໃນເມືອງໄດ້ເພີ່ມອີກ 1ປີ

ຖ້າຈັ່ງຊັ້ນພວກເຮົາກໍຍ້າຍໄປຮຽນທີ່ເມືອງຮອບໆນອກກັນເຖາະ

ຂໍ 485 ໄດ້ດົນກ່ວາ

ແລະແຖມຍັງໄດ້ແຕ້ມເພີ່ມ ຕອນເຮັດ skilled migrant; subclass 189, subclass 190 & subclass 489

ໃຫ້ໄວເດີ້

sorry…college ຫ້ອງແຖວບໍ່ນັບລວມໃນນີ້ຈະ

No comments:

Post a Comment