Sunday, March 17, 2019

AAT ອຸທອນ ຫຼື ບໍ່ອຸທອນ


ໄລຍະນີ້ມີຫຼາຍຄົນຕິດຕໍ່ເຂົ້າມາເພາະວ່າວີຊ່າຖືກປະຕິເສດ; visa refusal ຫຼື ບາງຄົນກໍຖືກຍົກເລີກວີຊ່າ ; visa cancellation ກໍມີ

ຫຼາຍໆຄົນບໍ່ເຂົ້າໃຈລະບົບກົດໝາຍຂອງປະເທດນີ້ວ່າ ຖ້າວີຊ່າຖືກປະຕິເສດຫຼື ຫຼືຖືກຍົກເລີກ ເຮົາຈະສາມາດເຮັດຫຍັງໄດ້ແດ່

ເຊີ່ງເຮົາກໍສາມາດຍື່ນອຸທອນໄດ້ເດີ້ ເພາະຖ້າບໍ່ຍື່ນອຸທອນກໍຕ້ອງເກັບເຄື່ອງກັບບ້ານທັນທີ

ຖືກຍົກເລີກວີຊ່າ; visa cancellation:

ວີຊ່າເຮົາຂາດທັນທີ

ຖ້າເຮົາບໍ່ອຸທອນເຮົາກໍຕ້ອງກັບບ້ານ ແຕ່ເນື່ອງຈາກວ່າເຮົາບໍ່ມີວີຊ່າແລ້ວ ກ່ອນຈະເດີນທາງອອກນອກປະເທດ ກໍຄວນເຂົ້າໄປ ຕມ immigration ເພື່ອຂໍ Bridging Visa E, ສາມາດເຂົ້າໄປຂໍໄດ້ເລີຍ ບໍ່ມີຄ່າໃຊ້ຈ່າຍໃດໆ ປະມານ 5-10 ນາທີ ກໍໄດ້ແລ້ວ

Bridging Visa E ສາມາດຂໍໄດ້ໂດຍປາກເປົ່າືຫຼືກອກຟອມ 1008

ຖ້າຈະອຸທອນຕ້ງເຮັດພາຍໃນ 7 ມື້ລັດຖະການບໍ່ລວມເສົາ-ອາທິດ ຫຼື ວັນຍຸດລັດຖະການ

ຖືກປະຕິເສດ ຫຼື ຂໍວີຊ່າບໍ່ຜ່ານ; visa refusal:

ວີຊ່າບໍ່ຂາດທັນທີເພາະມີ Bridging Visa ຢູ່ຕອນທີ່ຂໍວີຊ່ານັ້ນໆ (substantive visa)

ຖ້າເຮົາໄດ້ Bridging Visa ກ່ອນ 18 Nov 2016 ກໍຈະເປັນກົດໝາຍເກົ່າຄື ຈະໝົດອາຍຸພາຍໃນ 28 ມື້

ຖ້າເຮົາໄດ້ Bridging Visa ຈາກວັນທີ 18 Nov 2016 ເປັນຕົ້ນມາ ກໍຈະເປັນກົດໝາຍໃຫມ່ ຄື ຈະໝົດພາຍໃນ35 ມື້ (ໄດ້ເພີ່ມມາ 7 ມື້)

ຖ້າບໍ່ອຸທອນກໍຕ້ອງກັບບ້ານກ່ອນທີ່ Bridging Visa ຈະໝົດອາຍຸ

ຖ້າຈະອຸທອນກໍໄດ້ເຮັດພາຍໃນ 21 ມື້ ຕາມປະຕິທິນ

ດັ່ງນັ້ນຖ້າໃຜຄິດຈະຍື່ນອຸທອນ ກໍຕ້ອງນັບມື້ໃຫ້ດີໆເດີ້ຈ້າ ຢ່າພາດເດັດຂາດ

ຢ່າໃຊ້ເວລາຕັດສິນໃຈດົນ


ຖ້າເກີດວ່າເຮົາບໍ່ຢາກຍື່ນອຸອນກໍບໍ່ເປັນຫຍັງ ແຕ່ກໍຢ່າລືມວ່າປະຫວັດຂອງການປະຕິເສດວີຊ່າ ຫຼື ຖືກຍົກເລີກວີຊ່າຂອງເຮົາກໍຈະເປັນປະຫວັດຕິດໂຕເຮົາໄປຕະຫຼອດຊີວິດບໍ່ມີມື້ໝົດອາຍຸບໍ່ມີການລ້າງປະຫວັດ

Immigration ບໍ່ແມ່ນ Omo ເດີ້ຈ້າ ຈະໄດ້ຊັກລ້າງກັນໄດ້


ແຕ່ກໍບໍໄດ້ໝາຍຄວາມວ່າເຮົາອຸທອນໄປແລ້ວ case ເຮົາຈະໄດ້ວີຊ່າກັບຄືນມາ ຫຼື ວີຊ່າເຮົາຈະຜ່ານ ແຕ່ກໍ່ຂື້ນກັບ case-by-case

ຢາກໃຫ້ທຸກຄົນໃຊ້ຊີວິດບົນພື້ນຖານຄວາມເປັນຈິງ Be realistic.

ຖ້າບໍ່ອຸທອນກໍກັບບ້ານ

ຖ້າອຸທອນ ກໍຢູ່ແລ້ວກໍສູ້ case ກັນຕໍ່ໄປ ຫຼືຖ້າຄິດວ່າຈັ່ງໃດກໍບໍ່ຊະນະ ຢ່າງນ້ອຍກໍຊື້ເວລາເພື່ອກຍມໂຕກັນໄວ້ກ່ອນກໍດີ ເພາະບາງຄົນຍັງບໍ່ພ້ອມທີ່ຈະກັບພາຍໃນ 28 ຫຼື 35 ມື້

ເອະະ ແຕ່ຖ້າເຮົາຮູ້ວ່າໂອກາດທີ່ຈະຜ່ານມີໜ້ອຍຫຼາຍ ແລ້ວເຮົາຈະອຸທອນໄປເຮັດຫຍັງ

ເຫດຜົນຂອງແຕ່ລະຄົນບໍ່ຄືກັນ

ບາງຄົນມີທຸລະກິດຢູ່ນີ້ ຂໍຊື້ເວລາເພື່ອສະສາງບາງຢ່າງກ່ອນ

ຕ້ອງການຢູ່ກັບແຟນ ເພື່ອໃຫ້ຄົບ 12 ເດືອນ ເພື່ອຈະໄດ້ເຮັດ Partner Visa ຕ່ໍ່ໄປ (de facto) ຫຼື ບໍ່ກໍແຕ່ງງານກັນໄປເລີຍ

ບາງຄົນຢູ່ນີ້ມາດົນ ຍັງບໍ່ພ້ອມທີ່ຈະກັບເມືອງໄທ ຂໍຊື້ເວລາອອກໄປອີກແດ່ຈັກເລັກນ້ອຍ

ເຫດຜົນສ່ວນໂຕ ກໍຢາກຢູ່ນະ ມີຫຍັງບໍ່ (ແບບນີ້ກໍມີ)

ເອະະ ແລ້ວແບບໃດລະທີ່ເຮົາຄິດວ່າບໍ່ມີທາງສູ້ແນ່ນອນ

ວີຊ່າຖືກຍົກເລີກ ເພາະບໍ່ໄປຮຽນ ເຮັດວຽກຫາເງີນເພີນໆ ເຮົາກໍເຂົ້າໃຈວ່າຊີວິດຂອງຄົນເກີດມາບໍ່ຄືກັນ…please don’t judge!!!

ວີຊ່ານັກຮຽນທີ່ຕໍ່ແລ້ວຕໍ່ອີກມາ 7-8 ປີແລ້ວ ຄືຈະຮອດເວລາໝົດອາຊີບເປັນນັກຮຽນແລ້ວ

visa subclass 457/482, stage 3 ທີ່ stage 2 ບໍ່ຜ່ານ ຫຼື ຍື່ນອຸທອນໄປແລ້ວຂອງ stage 2 ກໍບໍ່ຜ່ານ ດັ່ງນັ້ນ stage ກໍຕ້ອງບໍ່ຜ່ານໂດຍອັດຕະໂນມັດ (ພາສາທາງກົດໝາຍເອີ້ນວ່າ natural justice)

..etc…

ເອະະ ແລ້ວແບບນີ້ອຸທອນໄປແລ້ວ case ຂອງເຮົາຈະຜ່ານບໍ່

ມັນກໍຕ້ອງມີການໄປແກ້ເກມກັນທີ່ AAT ຫຼື ສານອຸທອນ ມັນກໍຂື້ນຢູ່ກັບການ present case, present ຂໍ້ມູນຫາເຫດຜົນ ແລະ ຂໍ້ອ້າງ ມາໂນ້ມນ້າວຈິດໃຈໄດ້ແບບໃດ

ແລະ ກໍການຂຽນ submission ເຂົ້າໄປ

AAT ຈະມີ Email ມາບອກໃຫ້ກຽມໂຕປະມານ 1 ເດືອນ ກ່ອນທີ່ຈະໄປຂື້ນສານ ດັ່ງນັ້ນຄົນທີ່ອຸທອນໄປແລ້ວ ຮັບຮອງວ່າເຮົາມີເວລາເຫຼຶອເຟຶອ ໃນການກຽມໂຕ ແລະ ກຽມ case

ສຳລັບ case ທີ່ຈະສູ້ເດີ້

ແຕ່ຖ້າ case ທີ່ອຸທອນເພຶ່ອທີ່ຈະຊື້ເວລາຊື່ໆ ກໍບໍ່ຕ້ອງເຮົດຫຍັງເພາະເຮົາຜິດອີ່ຫຼີ (ໂດດຮຽນແທ້ ຮຽນມາດົນແທ້ ນັ້ນ ນີ້ ໂນ້ນ)

ກໍຖືວ່າເປັນການຊື້ເວລາເພຶ່ອຈັດການຊີວິດດັ່ງທີ່ເຮົາໄດ້ກ່າວໄປແລ້ວເບື້ອງຕົ້ນ


ໄລຍະເວລາທີ່ສາມາດຊື້ໄດ້ກໍຄື

Bridging Visa: 12 ມື້
ວີຊ່າທ່ອງທ່ຽວ: 129 ມື້
ວີຊ່ານັກຮຽນທີ່ບໍ່ຜ່ານ: 203 ມື້
ວີຊ່າເຮັດວຽກ subclass 457: 270 ມື້
ວີຊ່າທຸລະກິດ: 346 ມື້
Skilled Migrant: 312 ມື້
Partner Visa: 345 ມື້
Family Visa: 406 ມື້
ວີຊ່ານັກຮຽນທີ່ຖືກຍົກເລີກ: 144 ມື້
Business Sponsor/Nomination, subclass 457, 186, 187: 307 ມື້
ວີຊ່າຜູ້ລີ້ໄພ: 400 ມື້
ອື່ນໆ: 103 ມື້

ອຸທອນ ຫຼື ບໍ່ອຸທອນ ຊີວິດເປັນຂອງເຮົາເດີ້ຈະ ມັກແບບໃດກໍເລືອກເອົາແບບນັ້ນ

ບໍ່ຕ້ອງໃຫ້ໃຜມາຕັດສິນໃຈແທນເຮົາ

ຊີວິດເຮົາ ເຮົາກໍຕ້ອງເລືອກທີ່ຈະດຳເນີນມັນເອງ

ຂໍໃຫ້ຮູ້ທັນມັນກໍພໍ

Knowledge is king.

No comments:

Post a Comment