Sunday, March 17, 2019

Student Visa ບໍ່ຜ່ານ, ອຸທອນໄດ້ Bridging Visa A, ແລ້ວຈະເຮັດ Partner Visa


“ມະເມັ້ຍ” ເປັນສາວໄທ ເຄີຍຖື ວີຊ່ານັກຮຽນມາກ່ອນ

ມະເມັ້ຍ ຂໍວີຊ່ານັກຮຽນອີກຮອບໜື່ງແລ້ວບໍ່ຜ່ານ

ມະເມັ້ຍຕອນນີ້ຖື Bridging Visa A

ມະເມັ້ຍອຸທອນເລື່ອງໄປທີ່ AAT

ມະເມັ້ຍກໍຖື Bridging Visa A ຕໍ່ໄປເລື້ອຍໆ


ມະເມັ້ັ້ຍມີແຟນເປັນ de facto partner ຊື່ “ເຈົ້າຊາຍ” ເຈົ້າຊາຍເປັນ Australian PR/Citizen

ເຈົ້າຊາຍຕັດສິນໃຈເຮັດ Partner Visa ໃຫ້ກັບມະເມັ້ຍ ເພາະເຈົ້າຊາຍບໍ່ຢາກໃຫ້ມະເມັ້ຍເອົາຊີວິດໄປຝາກໄວ້ກັບວີຊ່ານັກຮຽນຢ່າງດຽວ

ເພາະເລື່ອງທີ່ AAT ກໍບໍ່ຮູ້ວ່າຈະອອກຫົວ ຫຼື ອອກກ້ອຍ

ເນື່ອງຈາກວ່າມະເມັ້ຍຕອນນີ້ຖື Bridging Visa A ມະເມັ້ຍບໍ່ສາມາດຍື່ນ Partner Visa ໃນປະເທດອົດສຕາລີໄດ້ເລີຍ (ນອກຈາກ Schedule 3)

ໃນລະຫວ່າງທີ່ມະເມັ້ຍລໍຖ້າເລື່ອງທີ່ AAT ເຊີ່ງນັ້ນກໍຄືວ່າຈະຊື້ເວລາອອກໄປລ້າໆ ມະເມັ້ຍກັບເຈົ້າຊາຍກໍກະກຽມເອກະສານຕ່າງໆ ໃນການຍື່ນ Partner Visa

Form 888 ພ້ອມ

ຫຼັກຖານເລື່ອງຄວາມສຳພັນພ້ອມ

ເນື່ອງຈາກມະເມັ້ຍບໍ່ສາມາດຍື່ນ Partner Visa ພາຍໃນປະເທດ (onshore) ໄດ້

ສິ່ງທີ່ມະເມັ້ຍສາມາດເຮັດໄດ້ຄື

ຂໍ Bridging Visa B ເພຶ່ອທີ່ຈະເດີນທາງອອກໄປນອກປະເທດ ໄປປະເທດໃດກໍໄດ້ ບໍ່ຈຳເປັນຕ້ອງເປັນປະເທດໄທ ມະເມັ້ຍຈະໄປ New Zealand, Bali ຫຼື Fiji ກໍເລື່ອງຂອງມະເມັ້ຍ

ທັນທີທີ່ມະເມັ້ຍ scan passport ທີ່ສະໜາມບິນ ຫຼື ທີ່ທ່າເຮືອ (ເພື່ອມະເມັ້ຍຈະໄປ cruise) ມະເມັ້ຍກໍຖືວ່າຢູ່ນອກປະເທດອົດສຕາລີ (offshore) ແລ້ວ

ໃນລະຫວ່າງທີ່ມະເມັ້ຍຢູ່ offshore, ມະເມັ້ຍ ຫຼື ທະນາຍຄວາມ ຫຼື immigration agent ຂອງມະເມັ້ຍກໍສາມາດຍື່ນເລື່ອງທາງອອນລາຍໃຫ້ໄດ້

ພໍ click submit, ຈ່າຍເງີນຄ່າສະໝັກແລ້ວຮຽບຮ້ອຍ ມະເມັ້ຍກໍສາມາດບິນເຂົ້າກັບປະເທດອົດສຕາລີໄດ້ເລີຍ ຍື່ນເລື່ອງຕອນເຊົ້າ ບິນກັບຕອນສວຍໄດ້ເລີຍຈ້າ

ພໍມະເມັ້ຍ ກັບມາຮອດປະເທດອົດສຕາລີ Bridging Visa A ກໍກັບມາ take affect ໂດຍອັດຕະໂນມັດ

ໃນລະຫວ່າງທີຖ້າຜົນ AAT, case ຂອງມະເມັ້ຍກໍ process ໄປເລື້ອຍໆ ເປັນການບໍ່ເສຍເວລາແລະ ມະເມັ້ຍເອງກໍຍັງໄດ້ຢູ່ກັບເຈົ້າຊາຍອີກ

ແຕ່ເມື່ອໃດທີ່ AAT ເອີ້ນແລ້ວຜົນອຸທອນບໍ່ຜ່ານ ມະເມັ້ຍກໍຕ້ອງໄດ້ອອກເດີນທາງໄປນອກປະເທດ ແລະ ກໍໄປຖ້າເລື່ອງ Partner Visa ຢູ່ນອກປະເທດ ແຕ່ຮອດຕອນນັ້ນ case Partner Visa ທີ່ຍື່ນ offshore ກໍໃກ້ຈະ finalise ແລ້ວກໍໄດ້ ເພາະ Partner Visa ທີ່ຍື່ນ offshore ຈະ process ໄວກວ່າທີຍື່ນ onshore

ເຮົາກໍຂໍໃຫ້ຄວາມຮັກຂອງ ມະເມັ້ຍ ແລະເຈົ້າຊາຍສົມຫວັງກັນເດີ້

...ຢາກໃຫ້ເຈົ້າໄດ້ສົມ ດັ່ງທີ່ຝັນ

ຝັນຫຍັງໃຫ້ໃຜກໍຕາມ

ຢາກໃຫ້ເຈົ້າໄດ້ສົມ ດັ່ງທີ່ຫວັງ

ຕັ້ງໃຈໄວ້ທຸກປະການ…

No comments:

Post a Comment