Saturday, March 23, 2019

Partner Visa ເປັນນັກຮຽນ ທັງສອງບໍ່ມີລາຍໄດ້


“ສົມປອງ” ເປັນຫຼານປ້າ “ສົມສີ”

ສົມປອງຍັງເປັນເດັກນ້ອຍ ຢູ່ໃນໄວຮຽນ

ປ້າສົມສີເປັນຜູ້ປົກຄອງຂອງສົມປອງຢູ່ໃນຕອນນີ້ ກິນຢູ່ກັບປ້າສົມສີ ຟີທຸກຢ່າງ

ປ້າສົມສີດູແລເບີ່ງແຍງເລື່ອງຄ່າໃຊ້ຈ່າຍທຸກຢ່າງ ອາຫານການກິນ ຄ່າໃຊ້ຈ່າຍພາຍໃນບ້ານ ຄ່າເທີມ ຄ່າເດີນທາງ ສົມປອງຍັງເປັນເດັກນ້ອຍ ເປັນນັກຮຽນ ບໍ່ມີລາຍໄດ້ເລີຍ

ສົມປອງແອບຫຼົງຮັກນ້ອງ “ຢູ່ຢີ້” ເຊີ່ງເປັນຄົນຢູ່ນີ້ ເປັນ PR ເພາະວ່າຕິດຕາມແມ່ມາ ຢູ່ຢີ້ເອງກໍຍັງເປັນນັກຮຽນ ຍັງບໍ່ມີລາຍໄດ້ເຊັ່ນດຽວກັນ

ສົມປອງກັບຢູ່ຢີ້ເລີ່ມອອກ date ກັນ

ຍາດຕິພີ່ນ້ອງຜູ້ໃຫຍ່ທັງສອງຝ່າຍຮັບຮູ້ ແລະ ເດັກນ້ອຍທັງສອງກໍບັນລຸນິຕິພາວະກັນແລ້ວ ອາຍຸເກີນ 18 ແລ້ວ

ສົມປອງກັບຢູ່ຢີ້ເລີ່ມໃຊ້ຊີວິດຮ່ວມກັນ ໂດຍຢູ່ຢີ້ຍ້າຍມາຢູ່ນຳສົມປອງຢູ່ບ້ານປ້າສົມສີ

ສົມປອງກັບຢູ່ຢີ້ບໍ່ໄດ້ມີລາຍຈ່າຍຫຍັງເລີຍ ເພາະປ້າສົມສີເປັນຄົນຮັບຜິດຊອບຄ່າໃຊ້ຈ່າຍທຸກຢ່າງ

ສົມປອງກັບຢູ່ຢີ້ບໍ່ໄດ້ມີບິນຄ່ານຳ້ຄ່າໄຟທີ່ເປັນຊື່ເຂົາ ດັ່ງນັ້ນບິນຈ່າຍຮ່ວມກັນຈື່ງບໍ່ມີ

ຫຼາຍໆຄົນກໍເປັນຫ່ວງວ່າເອກະສານທັງສອງຄົນຈະດີພໍໃນການເຮັດ Partner Visa ຫຼື ບໍ່ ເພາະຢູ່ຢີ້ເອງທີ່ເປັນຄົນຄ້ຳປະກັນນັ້ນກໍຍັງເປັນນັກຮຽນຢູ່

ເຮົາກໍບອກປ້າສົມສີແລະທຸກໆຄົນວ່າບໍ່ຕ້ອງຫ່ວງ ບໍ່ເປັນຫຍັງ ຂໍໃຫ້ເຂົາທັງສອງຮັກກັນແທ້ ເອກະສານອື່ນໆທີມັນບໍ່ມີ ອາດເປັນດ້ວຍລັກສະນະຂອງ ມັນເປັນແບບນີ້ ເຮົາກໍຈະຂຽນອະທິບາຍ ຂຽນ submission ເຂົ້າໄປທີ່ immigration ເອງວ່າເລື່ອງລາວມັນເປັນແບບໃດ

ດັ່ງນັ້ນຄູ່ຮັກຫຼາຍໆຄູ່ທີ່ຍັງອາໃສຢູ່ກັບຜູ້ປົກຄອງ ຫຼື ພໍ່ແມ່ ກໍບໍ່ຕ້ອງເປັນຫ່ວງວ່າເອກະສານຈະບໍ່ພໍໃນການຍື່ນ

ທຸກຢ່າງຖ້າເປັນຄວາມຈິງ ເຮົາສາມາດຂຽນອະທິບາຍໃຫ້ໄດ້ ເຖີງວ່າຄົນຄຳ້ປະກັນຍັງເປັນນັກຮຽນຢູ່ ຫຼື ບໍ່ມີລາຍໄດ້ຫຍັງເລີຍກໍຕາມ ໃນຈຸດນີ້ບໍ່ໄດ້ເປັນບັນຫາເລີຍ

Case ຂອງຢູ່ຢີ້ ແລະ ສົມປອງກໍຜ່ານໄປໄດ້ດ້ວຍດີ

ສົມປອງກໍໄດ້ PR ລັນລ້າກັນໄປແລ້ວ

Another success story to be shared.

ຄູ່ຮັກເດັກ ມັນບໍ່ແມ່ນອຸປະສັກເລີຍ

ເຮົາເຮັດ Partner Visa ມາແລ້ວ 11ປີ

ຍັງບໍ່ເຄີຍມີບັນຫາຫຍັງ ໃຜທີ່ຄິດວ່າ case ຂອງໂຕເອງແປກໆ ຫຼື ວ່າມີອີ່ຫຍັງ ແບບໃດ ລອງຕິດຕໍ່ເຂົ້າມາ ໃຫ້ເຮົາ assess ເບີ່ງກ່ອນກໍໄດ້

No comments:

Post a Comment