Monday, March 4, 2019

South Australia ພາກໃຕ້ຂອງປະເທດອົດສຕາລີ


South Australia (ພາກໃຕ້ຂອງປະເທດອົດສຕາລີ) ເປັນລັດທີ່ມີປະຊາກອນໜ້ອຍ

South Australia ເປັນລັດທີ່ຄົນມີລາຍໄດ້ສະເລ່ຍຕໍ່ຫົວໜ້ອຍທີ່ສຸດພາຍໃນປະເທດ

ລັດ ຫຼື ເຂດປົກຄອງທີ່ມີລາຍໄດ້ສະເລ່ຍຕໍ່ຫົວຄົນຫຼາຍທີ່ສຸດແມ່ນ ACT

ອຸດສາຫະກຳຫຼກໆຂອງ South Australia ແຕ່ກ່ອນແມ່ນຈຳພວກໂຮງງານລົດຍົນ: Toyota, Holden & Ford

ປັດຈຸບັນບໍລິສັດເຫຼົ່ານີ້ໄດ້ຍ້າຍຖານຜະລິດໄປປະເທດອື່ນໝົດແລ້ວ

ຈື່ງເກີດມີບັນຫາຄົນຕົກງານ ແລະ ບັນນຫາເສດຖະກິດຂອງ South Australia ຈື່ງເປັນບັນຫາຫຼັກຂອງທັງລັດຖະບານ ແລະ ລັດຖະບານທ້ອງຖີ່ນ

ລັດຖະບານເອງກຳລັງຈະມີວີຊ່າຕ່າງໆທີ່ຈະໃຊ້ໃນເຂດ South Australia
 ເປັນແຫຼ່ງທຳອິດເພື່ອທົດລອງກ່ອນ ເພື່ອເປັນການດຶງດູດນັກທຸລະກິດໃຫ້ເຂົ້າລົງທຶນໃນເຂດ South Australia ເພື່ອເປັນການສ້າງງານ ແລະ ສົ່ງເສີມເສດຖະກິດຂອງ South Australia

ອົດໃຈຖ້າອີກບໍ່ດົນແນ່ນອນ ລັດຖະບານກຳລັງຈະມີນະໂຍບາຍໃໝ່ໆ ເພື່ອມາສະໜັບສະໜູນເລື່ງນີ້

ຖ້າຫາກມີການເຄື່ອນໄຫວໃດໆ ພວກເຮົາຈະແຈ້ງການໃຫ້ຮູ້ຜ່ານສື່ຂອງພວກເຮົາ

Note:

Blog post ທຸກ post ພວກເຮົາຂຽນເອງກັບມື ບໍ່ໄດ້ຫຼອກລວງດັ່ງນັ້ນໃຜທີ່ມາ Copy post ເຮົາໄປ ກະລຸນາຄິດກ່ອນລົງມືເຮັດ

ສຳລັບທ່ານໃດທີ່ມັກ post ຂອງພວກເຮົາ ກໍ່ຊ່ວຍກົດ Like & Share ບໍ່ແມ່ນ Copy ໄປທັງໝົດ

No comments:

Post a Comment