Friday, March 8, 2019

ວີຊ່າອົດສຕາລີ Partner Visa, case officer ບອກວ່າທັງສອງຍັງເປັນເດັກນ້ອຍເກີນໄປ


Partner Visa ຫຼື ວີຊ່າຄູ່ຮັກ

ເວົ້າເລື່ອງຄວາມຮັກແລ້ວ ມັນບໍ່ໄດ້ຈຳກັດເຊື້ອຊາດ ສາສະໜາ ອາຍຸ ເພດ ຫຼື ສີຜິວເລີຍ

ມັນກໍອາດຈະມີບາງຄູ່ຮັກຫໜຸ່ມສາວທີ່ຍັງເປັນນັກຮຽນຢູ່ ເຊັ່ນ: ຮຽນຢູ່ TAFE ຫຼື Uni ແຕ່ຖ້າຮັກກັນແທ້ແລ້ວນັ້ນເປັນສີ່ງທີ່ສຳຄັນຫຼາຍກວ່າ

ຫຼື ບາງຄູ່ກໍ່ຫາກໍຮຽນຈົບ ຢູ່ໃນຊ່ວງຫາວຽກ ຫຼື ປ່ຽນວຽກ

ຫຼື ບາງຄູ່ກໍອາດຢູ່ໃນຊ້ວງໄວທີ່ຍັງນ້ອຍ

ແຕ່ຄວາມຮັກກໍ່ຄືຄວາມຮັກເດີ້ຈ້າ

ມັນເປັນພາສາຂອງຫົວໃຈ ເບີ່ງຕາກໍຮູ້ແລ້ວ

ຂ້ອຍຮັກເຈົ້າ

ເຈົ້າຮັກຂ້ອຍ

ເຮົາຮັກກັນ

ດັ່ງນັ້ນໃນເລື່ອງຂອງຄວາມຮັກແລ້ວ ບໍ່ມີຄຳນິຍາມທີ່ແນ່ນອນ ຫຼື ຕາຍໂຕ

ຮັກກໍຄືຮັກ ພຽງເທົ່ານີ້ ຈົບ

ມັນກໍອາດຈະທີບາງເທຶ່ອເຈົ້າໜ້າທີ່ ຫຼື Case officer ໂທມາຫາເຮົາ ແລະ ກໍບອກວ່າທັ້ງຄູ່ຍັງນ້ອຍຢູ່ເລີຍ

ເອີ…. ດຽວກ່ອນເດີ້… ນັ້ນມັນເປັນຄວາມຄິດເຫັນ ຫຼື opinion ຂອງ case officer ມັນເປັນອີ່ຫຍັງທີ່ subjective ມັນແລ້ວແຕ່ວ່າເຂົາຈະເບີ່ງມາຈາກມຸມໃດ ເຮົາອາດຈະເບີ່ງຕ່າງມຸມກັນກໍໄດ້

Case ຂອງລູກຄ້າເຮົາ ເຮົາຄິດວ່າລູກຄ້າເຮົາບໍ່ແມ່ນເດັກນ້ອຍແລ້ວເດີ້

Ok ແຫຼະ ນ້ອງອາດຈະຮຽນຫາກໍຈົບ ກຳລັງສ້າງເນື້ອສ້າງໂຕ ເຊີ່ງນັ້ນກໍ່ແມ່ນສີ່ງທີ່ໜ້າຍົກຍ້ອງເຂົາ ແລະ ເປັນສີ່ງທີ່ຄວນສົ່ງເສີມ

ເຮົາກໍບອກ case officer ໄປວ່າ “ເຊື່ອຂ້ອຍທ້ອນ ນ້ອງເຂົາຮັກກັນອີ່ຫຼີ ຂ້ອຍສຳຜັດໄດ້ ເພາະຖ້າບໍ່ຮັກກັນແທ້ ເຮົາບໍ່ຮັບເຮັດເລື່ອງໃຫ້ແນ່ນອນ” ແລະ ປະຫວັດການເຮັດວຽກຂອງ “ J Migration Team” ກໍ່ມີຢູ່ແລ້ວໃນລະບົບວ່າແຕ່ລະ case ຜ່ານ

ດັ່ງນັ້ນເຮົາບໍ່ມີຊິກແຊກແນ່ນອນ

ຖ້າຮັກກັນແທ້ ມັນບໍ່ຕ້ອງມີການຊິກແຊກ ຫຼື ວ່າຫຍັງທັງນັ້ນ ມັນບໍ່ຈຳເປັນ ມັນຜິດອຸດົມການຂອງການເຮັດວຽກ

ເຮົາບອກກັບ case officer ໄປແບບນັ້ນ

ໃນເວລາຕໍ່ມາສຸດທ້າຍ case ນີ້ກໍຜ່ານ ບໍ່ມີປັນຫາໃດໆເກີດຂື້ນເລີຍ

ເຖີ່ງວ່າ case officer ສິໂທມາເຮົາກໍສາມາດຕອບໃຫ້ໄດ້ທຸກ case

ຜ່ານໄປອີກໜື່ງ case ໜື່ງຄວາມສຳເລັດ

ເຮົາກໍຂໍໃຫ້ທັງ 2 ຮັກກັນຕະຫຼອດໄປ ຖືໄມ້ເຖົ້າຍອດທອງ ກະບອງຍອດເພັດເດີ້

ປີນີ້ກໍເປັນອີກປີໜື່ງທີ່ມີຄວາມສຸກກັບການເຮັດວຽກແທ້ໆ ຄືກັບທຸກໆປີທີ່ຜ່ານມາ

No comments:

Post a Comment