Sunday, May 26, 2019

Business Visa subclass 188B; Investor Stream เวอร์ชั่นสำหรับพี่น้องชาวลาว


Business Visa subclass 188B; Investor Stream

Business Innovation and Investment (provisional) Visa (subclass 188) ຄື TR 4 ປີ 3 ເດືອນ ແລ້ວສາມາດຂໍ PR Subclass 888 ໄດ້ຫຼັງຈາກນັ້ນ

Business Visa subclass 888 ໄດ້ຫຼັງຈາກນັ້ນ

Business Visa subclass 188 ມີ 6 streams

Investor Stream; subclass 188B

ຄຸນສົມບັດຄ້າວໆ ຂອງຜູ້ສະໝັກຄື:

- ເຄີຍບໍລິຫານທຸລະກິດ ຫຼື ການລົງທຶນດ້ວຍວົງເງີນ $1.5 Million ມາແລ້ວຢ່າງໜ້ອຍ 1-5ປີ

- ມີປະສົບການໃນການລົງທຶນຢ່າງໜ້ອຍ 3ປີ

- ອາຍຸຕຳ່ກວ່າ 55 (ຫຼືເຮັດເລື່ອງແບບຍົກເວັ້ນໄດ້)

- Functional English; ພາສາອັງກິດ IELTS (general) overall 4.5 ຫຼື ຮຽນທີ່ປະເທດອັອດສຕາລີຢ່າງໜ້ອຍ 1ປີ full-time

- ຫຼັງຈາກທີ່ວີຊາ subclass 188B ຜ່ານ ເຮົາຈະຕ້ອງລົງທຶນ $2.25 Million ພາຍໃນ 2 ປີ ທຳອິດ ($1.15 ໃນລັດໆນັ້ນທີ່ເຫຼຶອເຮົາລົງທຶນຢູ່ໃສກໍໄດ້)

ການລົງທຶນຄືສາມາດເຮັດໄດ້ຍ້ອນການລົງທຶນໃນຕະຫຼາດຫຼັກຊັບ (ຫຸ້ນ) ເງິນ ແລະ ສັບສິນກໍຍັງເປັນຂອງເຮົາ

ການລົງທຶນສາມາດເຮັດໄດ້ໂດຍການລົງທຶນໃນອະສັງຫາລິມະຊັບ ຊື້ບ້ານໃຫ້ຄົນເຊົ່າ ບ້ານນັ້ນກໍເປັນຂອງເຮົາເຮົາກໍໄດ້ຄ່າເຊົ່າໄປນຳ

ບ້ານທີ່ຊື້ເພື່ອຢູ່ເອງບໍ່ນັບຮ່ວມໃນການລົງທຶນນີ້

ຖືວີຊາ 188B 4 ປີ ແລ້ວກໍສາມາດຂໍ PR ດ້ວຍວີຊ່າ subclass 888 ໄດ້ເລີຍ

ຂໍ້ດີຄືວີຊ່າ ຜ່ານແລ້ວເຮົາຈື່ງລົງທຶນ ຊ້ວງເວລາທີ່ເຮົາສະໝັກວີຊ່າ ເຮົາຍື່ນເຂົ້າໄປແຕ່ເປັນ proposal ເທົ່ານັ້ນ

ຖ້າວີຊ່າບໍ່ຜ່ານ ກໍບໍ່ຕ້ອງລົງທຶນຫຍັງ

ກໍເສຍໄປແຕ່ຄ່າສະໝັກວີຊ່າ $4,985

No comments:

Post a Comment